|
|||||||||||||||
|
ຄວາມເປັນມາຂອງປີໃຫມ່ລາວ ດວງເດືອນ ດວງດາຣາ ຄຳນຳ: ກ່ອນອື່ນຜູ້ຂຽນຂໍຂອບໃຈນຳ ອ້າຍສົມບູນ ແກ້ວດາຣາ, ທີ່ໄດ້ຄົ້ນຄວ້າຫນັງສືນີ້ມາໃຫ້ ; ພອ້ມທັງ ສູນກາງ ວັທທະນະທັມ ລາວ ເມືອງ ແຊນດີເອໂກ, ທີ່ໄດ້ມອບປະຫວັດ ປີໃຫມ່ລາວນີ້ ໄວ້ໃຫ້ລູກຫລານລາວ ໄດ້ຮຽນຮູ້ ຕໍ່ໄປ. ພອ້ມກັນນີ້ ຜູ້ຂຽນ ໄດ້ປະກອບ ຄວາມຮູ້ ແລະ ຄວາມຊົງ ຈຳຂອງຕົວເອງ ເຂົ້າໃນເຣື່ອງ; ຫວັງວ່າ ຄົງໃຫ້ປະໂຍດແ່ດທ່ານ ຜູ້ອ່ານບໍ່ຫລາຍກໍນ້ອຍ. ປີໃຫມ່ລາວນັ້ນ ແມ່ນຖ ືຕາມການປ່ຽນຣາສີຂອງດວງຈັນ
ຊຶ່ງປ່ຽນຈາກ ຣາສີເມສ ໄປສູ່ ຣາສີມິນ ແຕ່ວັນທີ່ ໑໓_໑໕ ເມສາ. ເລີ່ມແຕ່ ວັນທີ່
໑໖ ເມສາ ເປັນຕົ້ນໄປ ເປັນວັນຕັ້ງຕົ້ນຣາສີມິນ. ດັ່ງນັ້ນ ຊາວລາວ, ຊາວໄທຍ, ຊາວຂະເມນ
ແລະ ຊາວພະມ້າ ທີ່ຖື ຈັນທະຄາດ ການໂຄຈອນ ຂອງດວງຈັນ ເປັນຫລັກ ຈຶ່ງໄດ້ເຊື່ອຖືກັນວ່າ
ເປັນປີໃຫມ່ຂອງ ຕົນມາແຕ່ ໂບຮານະການ. ສມັຍດຶກດຳບັນນນັ້ ຄົນເຮົາໄດ້ ນັບຖື ພຣະພຣົມເຈົ້າ
ເປັນສາຣະນະທີ່ຣະນຶກ ທີ່ເພິ່ງ ເມື່ອ ມີຄວາມເດືອດຮອ້ນ ກໍພາກັນໄປບະບົນຕໍ່ພຣະພຣົມ
ໃຫ້ຊວ່ຍເຫລືອ ແລ້ວພຣະພຣົມ ກໍຊວ່ຍໄດ້ດັ່ງຄຳປະສົງ. ການຕໍ່ ມາກໍມີຄົນດີເກີດຂື້ນ
ຊື່ວ່າ ທ້າວທັມມະບານກຸມານ ເປັນລູກຊາຍເສດຖີ ແຫ່ງເມືອງພາຣານະສີ. ທ້າວ ທັມມະບານກຸມານ
ໄດ້ຮຳ່ຮຽນວິຊາຄວາມຮູ້ຈາກສຳນັກຕ່າງໆ ຈົນແຕກສານ ສາມາດຮູ້ພາສາສັດນອ້ຍໃຫ່ຍຕ່າງໆໄດ້
ຈິ່ງເປັນ ທີ່ ນັບຖືຂອງຄົນທັງຫລາຍ. ຄັນຜູ້ ໃດມີຄວາມເດືອດຮອ້ນ ໄດ້ຮັບເຄາະເຂັນຢ່າງໃດ
ທ້າວ ກໍຊວ່ຍໄດ້ດວ້ຍປັນຍາຈົນ ສຳເຣັດສົມປະສົງ. ດັ່ງນັ້ນຜູ້ຄົນທັງຫລາຍຈິ່ງພາກັນຫ່າງເຫີນ ຈາກພຣະພຣົມ ແລ້ວຫັນມານິຍົມຊົມຊອບ ທ້າວທັມມະບານກຸມານ. ເມື່ອເປັນດ ັ່ງນັ້ນ ທ່ານກະບີລລະພຣົມຜູ້ເປັນເຈົ້າ ແຫ່ງພຣົມທັງຫລາຍ ຈິ່ງໄດ້ສະເດັດລົງມາຈາກເມືອງສວັນ. ເມື່ອມາເຖິງໂລກມະນຸສ ກໍ ໄດ້ຊາບວ່າ ມີຄົນດີມີວິຊາຄວາມຮູ້ ສລາດຫລັກແຫລມ ເປັນຜູ້ຄອຍຊວ່ຍເຫລືອເກື້ອກຸນປັດ ເປົ່າບັນເທົາທຸກໃຫ້ແກ່ຜ ູ້ຄົນທົ່ວໄປ. ເມື່ອຊາບຂ່າວດັ່ງນັ້ນ ທ່ານກະບິລລະພຣົມ ກໍມີຄວາມຄຽດແຄ້ນເປັນຍິ່ງ ໝັກ. ທ່ານຈິ່ງໄດ້ທ້າທາຍບັນຫາລອງພູມປັນຍາ ກັບ ທ້າວ ທັມມະບານ ວ່າໃຜຊິເກັ່ງກວ່າກັນ. ບັນຫາມີສາມຂ ໍ້ດ ັ່ງນີ້: ໑_ ຕອນເຊົ້າ ຣາສີຂອງຄົນ ຢູ່ໃສ? ໒_ ຕອນສວາຍ ຣາສີຂອງ ຄົນ ຢູ່ໃສ? ໓_ ຕອນແລງ ຣາສີຂອງຄົນ ຢູ່ໃສ? ບັນຫາສາມຂໍ້ນີ້ ຖ້າທັມມະບານກຸມານແກ້ບໍ່ໄດ້ ຕອ້ງຕັດຫົວບູຊາພຣະພຣົມ, ຖ້າທ້າວທັມມະບານ ແກ ້ໄດ້ທຸກຂໍ້ ທ່ານກະບິລລະພຣົມ ຈະຍອມຕັດຫົວຕົວເອງ ສັງເວີຍປັນຍາ ທ້າວທັມມະບານກຸມານ. ຄັນທັມມະບານກຸມານໄດ້ຟັງດັ່ງນັ້ນ ກໍໝົດ ປັນຍາທີ່ຈະແ້ກ ໄຂບັນຫານັ້ນ ໄດ້. ທ້າວຈິ່ງຕອບທ່ານກະບິລລະພຣົມວ່າ: ບັນຫານີ້ຈະຕອ້ງ ແກ້ ກັນຕໍ່ໝ້າຊາວເມືອງພະຣານະສີ ເພື່ອເປັນສັກຂີພິຍານ ໃນວັນຖ້ວນເຈັດ ຈິ່ງຈະເໝາະສົມ. ພຣະພຣົມກໍເຫັນດີດວ້ຍ ແລ້ວຈື່ງນັດພົບ ກັນໃນວັນຖວ້ນເຈັດ ນັບຈາກວັນນີ້ໄປ. ຄັນເຖິງວັນຖວ້ນຫົກແລ້ວ ທັມມະບານກຸມານ ກໍຍັງຄົບຄິດ ບັນຫາບໍ່ຕົກ, ທ້າວຮູ້ ຕົວດີວ່າ ແນວໃດກໍຕອ້ງ ຖືກຕັດຫົວ ເປັນແນ່ແທ້ ພອ້ມທັງ ອັບອາຍຂາຍໝ້າ ຫາບອ່ນປຽບບໍ່ໄດ້. ຜູ້ຄົນທັງຫຼາຍຕ່າງກໍ ນັບໝ້າຖືຕາ ວ່າມີປັນຍາລື່ນຄົນ ທັງເມືອງ ແຕ່ມາເສັຍປຽບໃຫ້ ທ່ານກະບິລລະພຣົມ. ເມື່ອ ຕຶກຕອງຖວ້ນຖີ່ແລ້ວ ທ້າວທັມມະບານກຸມານກໍຕັດສິນໃຈ ໝີໄປຕາຍຕາບໝ້າ ດີກວ່າຢູ່ໃຫ້ຕັດຫົວ ທັງ ອັບອາຍ ຂາຍໝ້າແກ່ຊາວເມືອງ ພະຣານະສີ. ທ້າວໄດ້ເດີນທາງອອກຈາກເມືອງແຕ່ຮຸ່ງເຊົ້າ ຈົນເຖິງຂ້ອນຄືນ ກໍຮູ້ສຶກເໝື່ອຍອອ່ນ ຈິ່ງຫາບ່ອນພັກເຊົາ. ດວ້ຍຄວາມ ອິດເໝື່ອຍ ທາ້ວກໍລົ້ມຕົວລົງນອນ ທີ່ກອ້ງ ຕົ້ນຕານ ໃຫຍ່ໃນປ່າແຫ່ງນັ້ນ. ພໍຂອ້ນແຈ້ງມາເຖິງແລ້ວ ນົກອິນຊີ ສອງຕົວຜົວເມັຽ ທີ່ອາໄສ ຢູ່ເທິງຕົ້ນຕານນັ້ນ ກໍລົມກັນຕາມພາສາຜົວເມັຽ. ຜູ້ເປັນເມັຽໄດ້ຖາມຜົວວ່າ: ວັນນີ້ ພວກເຮົາຈະໄປຊອກຫາກິນທາງໃດ? ຝ່າຍຜົວກໍຕອບວ່າ: ມື້ນີ້ ພວກເຮົາບໍ່ຕອ້ງອອກໄປຫາກິນໄກດອກ ເພາະພວກເຮົາ ຈະໄດ້ກິນຫົວຂອງທ້າວທັມມະບານ ຫຼື ຫົວຂອງ ທ່ານ ພຣະພຣົມ ເພາະເພິ່ນ ທ້າບັນຫາກັນ ຜູ້ໃດເສັຽກໍຈະຖືກຕັດຫົວ ສັງເວີຍ. ຝ່າຍນາງເມັຽເມື່ອໄດ້ ຍິນດັ່ງນັ້ນ ກໍເກີດ ກະວົນກະວາຍ ສົນໃຈ ຢາກຮູ້ ຈຶ່ງຟ້າວຖາມຜົວວ່າ: ບັນຫາທີ່ເພິ່ນທ້າກັນນັ້ນມີຫຍັງ ແດ່ ຈິ່ງພໍຊິຕັດຫົວກັນໄດ້? ເມື່ອເມັຽສໍ້ຖາມຫຼາຍເທື່ອ ຝ່າຍນົກຜູ້ເປັນ ຜົວຂີນບໍ່ໄດ້ ກໍຈິ່ງໄດ້ເລົ່າເຣື່ອງ ບັນຫາສາມຂໍ້ ສູ່ນາງເມັຽຟັງ: ບັນຫາມີຄືແນວ ນິ້: ໑) ຕອນເຊົ້າ ຣາສີ ຂອງຄົນຢ ູ່ໃສ? ຕອນເຊົ້າ ຣາສີ ຂອງຄົນ ຢ ູ່ທີ່ ໝ້າ _ ດັ່ງນັ້ນຜູ້ຄົນຈິ່ງພາກັນລ້າງໝ້າເມື່ອຕື່ນຂື້ນມາ ໒) ຕອນສວາຍ ຣາສີ ຂອງຄົນ ຢູ່ ໃສ? ຕອນສວາຍ ຣາສີ ຂອງຄົນ ຢູ່ທີ່ອົກ _ ດັ່ງນັ້ນພວກເຮົາຈິ່ງພາກັນອາບນ້ຳ ລ້າງຄີງໃນຕອນສວາຍ ໓) ຕອນແລງ ຣາສີ ຂອງຄົນ ຢ ູ່ໃສ? ຕອນແລງ ຣາສີ ຂອງຄົນ ຢູ່ທີ່ເທົ້າ _ ດັ່ງນັ້ນທຸກຄົນຈິ່ງພາກັນລ້າງເທົ້າ(ຕີນ) ກອ່ນເຂົ້ານອນ ຝ່າຍທັມມະບານກຸມານ ຊຶ່ງລີ້ຟັງຢູ່ນັ້ນ ກໍມີຄວາມພາກພູມໃຈ ຫາສິ່ງໃດປຽບບໍ່ໄດ້. ເມື່ອຮູ້ຄຳຕອບທັງໝົດແລ້ວ ທ້າວ ກໍຟ້າວ ມຸ່ງໝ້າເຂົ້າ ສູ່ເມືອງທັນທີ. ເມື່ອໄປເຖິງຝູງຊົນກໍຄັບ ຄັ່ງ ຟົດສະນັ່ນເຕັມສະນາມຫລວງ ບາງຜອ່ງກໍລົງພະນັນ ກັນວ ່າໃຜຈະຊະນະໃຜ ທ້າວທັມມະບານ ຫຼື ທ່ານພຣະພຣົມ, ໃຜຈະເສັຽຫົວກັນແທ້. ທ່າມກາງສຽງໂຮ່ຮອ້ງ ຊົມເຊີຍຂອງ ຊາວເມືອງພາຣານະສີ, ທ້າວທັມມະບານ ດວ້ຍຄວາມ ໝັ້ນໃຈໝັກແໝ້ນ ຍ່າງກ້າວກຶງຂຶງຂັງ ເຂົ້າໄປທູນທ່ານພຣະພຣົມຊຶ່ງລໍຄອຍຢູ່ກອ່ນແລ້ວ. ເມື່ອທ່ານພຣະພຣົມຖາມເຖິງຄຳ ແກ້ ບັນຫາ ທ້າວກໍຕອບໄດ້ທຸກຂໍ້. ທ່ານກະບິລລະພຣົມ ເມື່ອຮູ້ວ່າເສັຽທ່າ ໃຫ້ທ້າວທັມມະບານ ແລ້ວ ກໍໄດ້ ຮອ້ງເອົາລູກສາວທັງເຈັດ ມາແນະນຳ ກອ່ນຈະ ຕັດຫົວສັງເວີຍປັນຍາ ທ້າວທັມມະບານກຸມານ. ທ່ານໄດ້ບອກລູກສາວທັງເຈັດນາງ ໃຫ້ເອົາພານຄຳມາຮອງຮັບເອົາຫົວຂອງທ່ານ ດ້ວຍວ່າ ຣິທິເດຊຂອງທ່ານມີຫລາຍ. ຫົວນັ້ນຖ້າກະເດັນຕົກລົງດິນ ບາ້ນເມືອງຈະເກີດແຫ້ງແລ້ງ; ຖ້າຕົກລົງໄຟ ກໍຈະເກີດໄຟໄຫ້ມ ເຜົາຜານ ; ຖ້າຕົກລົງນ້ຳມະຫາສະມຸດ ກໍຈະເກີດນ້ຳຖວ້ມ. ຫົວຂອງພໍ່ນີ້ ໃຫ້ເອົາໄປໄວ້ໃນຖ້ຳຄັນທະບຸຣີ ທີ່ພູເຂົາໄກຣາດ ແລ້ວບູຊາ ດວ້ຍເຄື່ອງຄັນທຸຣົດດອກໄມ້ຂອງຫອມ; ຄັນດາວເມສຈະປ່ຽນເປັນດາວນິນ ມື້ໃດນັ້ນ ໃຫ້ລູກພັດປ່ຽນ ກັນອັນເຊີນເທວະດາອັນເປັນ ບໍຣິວານທັງຫຼາຍລົງມາ ແຫ່ ຫົວຂອງພໍ່ອອ້ມພູເຂົາໄກຣາດສາມຮອບ ແລ້ວຈິ່ງເອົາຄີນໄປ ໄວ້ບອ່ນເກົ່າ ແລ້ວບ້ານເມືອງຈະຢູ່ເຢັນ ເປັນສຸຂຕໍ່ໄປແລ. ຫມາຍເຫດ: ປະຊາຊົນລາວຂອງເຮົາ ກໍໄດ້ພາກັນນັບຖື ຮີດຄອງປະເພນີບຸນປີ ໃຫມ່ມາແຕ່ ປະຖົມໂບຮານ ດວ້ຍການ ກະທຳກິຈຈະກັມຕ່າງໆ _ ສວ່ນຊາວຫລວງພຣະບາງ ໄດ້ຖືຮີດຄອງດັ່ງຕໍ່ໄປນີ້: ໑) ວັນສັງຂານລວ່ງ _ ມີການໂລະຕລາດນັດໃນຕອນເຊົ້າ, ທຳຄວາມສະອາດບ້ານເຮືອນ ເພື່ອຂັບໄລ່ ຄວາມຂີ້ດຽດ ຈັ່ງໄຮ ເຄາະເຂັນເອັນຮ້າຍ ໃຫ້ຕົກໄປນຳປີເກົ່າ ປີຫລັງພຸ້ນ. ຕອນສວາຍມາກໍມີການແຫ່ວໍ່_ ຄືການແຫ່ຫົວຂອງທ່ານກະບິລະພຣົມ ແຫ່ແຕ່ເໝືອລົງໃຕ້ _ ຈາກວັດຊຽງທອງໄປຫາວັດທາດ. ຕອນຄຳ່ ນຳພຣະພຸທະຮູບລົງສົງ. ໒) ມື້ເນົາ (ບາງປີມີສອງມື້) _ ຕອນເຊົ້າລົງຕລາດນັດ _ ຕອນສວາຍມາກໍລົງຫລີ້ນນ້ຳທີ່ຫາດຊາຍມຸງຄຸນ ,ຕົບທາດ ປອ່ຍນົກ ປອ່ຍປາ. ບາງຜອ່ງກໍຂື້ນທາດຈອມສີສຽງ່ພຣະ, ທີ່ວັດວິຊຸນ ມີການຟອ້ນສິງກັບສິງໂຂນ ປູ່ເຍີຍ່າເຍີ, ຄຳ່ມາກໍເຂົ້າວັດ ສົງນ້ຳ ພຣະພຸທທະຮູບ. ໓) ວັນສັງຂານຂື້ນ _ ທຳບຸນຕັກບາດ ຖວາຍພັຕຕາຫານແດ່ພຣະສົງສຳມະເນນ _ ມີການບາສີສູ່ຂວັນແດ່ພໍ່ແມ່ ເຖົ້າແກ່ ຕາຍາຍ ຂໍພອນ ນຳເພິ່ນ ຂໍອະນຸຍາດບາບ ກັມ ໃຫ້ເພິ່ນຍົກໂທດອະພັຍໃຫ້ _ ພອ້ມນີ້ກໍມີການຄົວລາບກອ້ຍເພື່ອຮັບໂຊກໄຊຍ, ສວາຍມາມີການ ແຫ່ວໍ່ເອົາຫົວຂອງທ່ານ ກະບຸລລະພຣົມຄືນກັບ_ ແຫ່ໃຕ້ຂື້ນເໝືອ ຈາກວັດທາດ ສູ່ ວັດ ຊຽງທອງ. ຕອນຄຳ່ມາມີການຟອ້ນນາງແກ້ວ, ຟອ້ນລີງຊຶ່ງແຫ່ໂຄມໄຟລົງມາແຕ່ທາດຈອມສີເຂົ້າ ສູ່ພຣະຣາຊະວັງ. ສຳລັບປີນີ້ປີລາວ ໒໕໔໖ (ປີສາກົນ ໒໐໐໓) ນາງສັງຂານ ແມ່ນນາງ ໂຄຣາຄະເທວີ ທົງພຣະທຸຣົສ ທັດດອກປິດ, ປະດັບອາພອນ ດວ້ຍແກ້ວມຸກດາຫານ ສເວີຍນ້ຳມັນເນີຍ ເປັນພັກສາຫານ ພຣະຫັສຂວາທົງພຣະຂັນ (ດາບ) ພຣະຫັສຊ້າຍທົງໄມ້ເທົ້າສະເດັດຢືນມາເທິງຫລັງເສືອ. |
||||||||||||||
| make a donation to Lao Vision | Questions? Comments? about this site, please email webmaster@laovision.net |
|||||||||||||||
|
|||||||||||||||